ບໍ່ເຂົ້າໃຈວ່າຄຳນີ້ເປັນຫຍັງຜິດກັນໄດ້ກັນດີ. ແຕ່ມັນຜິດກັນຫຼາຍອີ່ຫລີ ເຫັນຈົນລ້ຽນຕາກັນເລີຍ.
ມີໃຫ້ເຫັນກັນເກືອບທຸກມື້ ຮະຮະ.
ທັງໆທີ່ໂຕ ຢ ກັບ ຍ ໃນແປ້ນພິມນັ້ນແມ່ນຢູ່ຄົນລະແຈກັນເລີຍ.
ຫຼືສາເຫດອາດຈະເກີດມາຈາກການທີ່ປະເທດລາວ ຍັງບໍ່ຫຼຸດພົ້ນອອກຈາກການເປັນປະເທດທຸກຍາກ
ກໍເລີຍ ຍາກໆ ກັນຢູ່ຕະຫຼອດກໍເປັນໄດ້.
(ນີ້ເປັນພຽງຕົວຢ່າງຈຳນວນໜ້ອຍ ຍັງມີຫຼາຍກວ່ານີ້ຫຼາຍພີ່ນ້ອງ)
ບ່າວນີ້ມາສອງຍາກເລີຍ XD
ອັນນີ້ແຫ່ງກາຍເປັນພາສາ ໄລ (ລາວ+ໄທ) ໄປເລີຍເນາະ. ເມື່ອເຫັນແນວນີ້ກໍມີຄວາມເປັນໄປໄດ້ສູງທີ່ວ່າ
ການຫລົງຄຳວ່າ ຢາກ ເປັນ ຍາກ ນັ້ນ, ອາດເກີດຂຶ້ນຈາກການລຶ້ງພິມພາສາໄທຫຼາຍເກີນໄປກໍເປັນໄດ້.
ສຸດທ້າຍນີ້ແຫ່ງມາແປກ. ເພິ່ນວ່າ "ຍ່າລືມ ຂອບໃຈແດ່ແດ່ເດີ້."
ບໍ່ຮູ້ວ່າ ຍ່າໃຜ ລືມຂອບໃຈເພິ່ນນໍ້, ແຕ່ແນວໃດກໍຮູ້ວ່າເພິ່ນຊື່ "ແດ່" ແລ້ວເນາະ.
ຖືເປັນອາການ ຢ ອັກເສບຂັ້ນຮຸນແຮງກັນເລີຍ.




No comments:
Post a Comment