Wednesday, November 30, 2011

ຮັກລາວ (ອີ່ຫລີຫວາ?)

ຂ້ອຍວ່າຖ້າຮັກປະເທດຊາດແທ້ໆ ເລີ່ມຕົ້ນໂດຍການໃຊ້ພາສາລາວກ່ອນກໍດີໄດ໋
ຜູ່ຂຽນຜິດຍັງພໍຮັບໄດ້ ແຕ່ຜູ່ມາ comment ຈັກພາສາຫຍັງຕໍ່ຫຍັງ :|

ສົງໄສປວດແຮງ

ຫ້ອງນ້ຳຂອງທະນາຄານພົງສະຫວັນຄືສິສະອາດ ແລະ ງາມອີ່ຫລີເນາະ

Thursday, August 25, 2011

ສົງໄສຮຽນຂ້າມຊັ້ນປະຖົມ

ບ່າວນີ້ມາແບບຄົບສຸດໆເລີຍ ມາພ້ອມຄວາມ "ມັກ" ຢ່າງລົ້ນໃຈ
ແລ້ວຍັງມີ ດີ2 ແລະ ດື່ໆ ນຳ.
ຂຽນສອງມາດຕະຖານກັນເລີຍເນາະ ຮະຮະ
ຢາກບອກວ່າ ຖ້າຂຽນພາສາລາວໄດ້ອັກເສບເຖິງຂັ້ນນີ້
ແນະນຳມາຮຽນຢູ່ໂຮງຮຽນປະຖົມພະໄຊໄດ້ເດີ້ :)


ພາສາໄລ















ດຽວກໍອາດຈະມີພາສາໃໝ່ນີ້ເກີດຂຶ້ນຢ່າງເປັນທາງການກໍໄດ້
ວ່າແຕ່ສິມີປະເທດໃໝ່ນຳກົ້ນມາຫຼືບໍ່ເນາະ???
~ເສື່ອມ

Sunday, August 21, 2011

ຄຳຜິດສຸດນິຍົມ (ພາກ 1) - ຍາກ

ບໍ່ເຂົ້າໃຈວ່າຄຳນີ້ເປັນຫຍັງຜິດກັນໄດ້ກັນດີ. ແຕ່ມັນຜິດກັນຫຼາຍອີ່ຫລີ ເຫັນຈົນລ້ຽນຕາກັນເລີຍ.
ມີໃຫ້ເຫັນກັນເກືອບທຸກມື້ ຮະຮະ.
ທັງໆທີ່ໂຕ ຢ ກັບ ຍ ໃນແປ້ນພິມນັ້ນແມ່ນຢູ່ຄົນລະແຈກັນເລີຍ.
ຫຼືສາເຫດອາດຈະເກີດມາຈາກການທີ່ປະເທດລາວ ຍັງບໍ່ຫຼຸດພົ້ນອອກຈາກການເປັນປະເທດທຸກຍາກ
ກໍເລີຍ ຍາກໆ ກັນຢູ່ຕະຫຼອດກໍເປັນໄດ້.
(ນີ້ເປັນພຽງຕົວຢ່າງຈຳນວນໜ້ອຍ ຍັງມີຫຼາຍກວ່ານີ້ຫຼາຍພີ່ນ້ອງ)











ບ່າວນີ້ມາສອງຍາກເລີຍ XD











ອັນນີ້ແຫ່ງກາຍເປັນພາສາ ໄລ (ລາວ+ໄທ) ໄປເລີຍເນາະ. ເມື່ອເຫັນແນວນີ້ກໍມີຄວາມເປັນໄປໄດ້ສູງທີ່ວ່າ
ການຫລົງຄຳວ່າ ຢາກ ເປັນ ຍາກ ນັ້ນ, ອາດເກີດຂຶ້ນຈາກການລຶ້ງພິມພາສາໄທຫຼາຍເກີນໄປກໍເປັນໄດ້.











ສຸດທ້າຍນີ້ແຫ່ງມາແປກ. ເພິ່ນວ່າ "ຍ່າລືມ ຂອບໃຈແດ່ແດ່ເດີ້."
ບໍ່ຮູ້ວ່າ ຍ່າໃຜ ລືມຂອບໃຈເພິ່ນນໍ້, ແຕ່ແນວໃດກໍຮູ້ວ່າເພິ່ນຊື່ "ແດ່" ແລ້ວເນາະ.
ຖືເປັນອາການ ຢ ອັກເສບຂັ້ນຮຸນແຮງກັນເລີຍ.

ເທັກນິກໃໝ່ ໄຫ້ແລ້ວ CPU ຈະໄວຂຶ້ນ!

ຄອມໃຜຊ້າກໍລອງໄຫ້ເບິ່ງເດີ້ ບາງທີ່ມັນອາດຈະໄວຂຶ້ນຈີ້ດດດດດດເລີຍ

ເກມ "ແຕະ" ບານ << ວ່າຊັ້ນ

ບໍ່ແນ່ໃຈວ່າເກມ "ແຕະ" ບານນີ້ຈະຍິງໄກໄດ້ຄືເກມເຕະບານທີ່ເຮົາຮູ້ຈັກກັນຫຼືບໍ່ເນາະ??? o_O

ສະບາຍດີ!

ຂໍຕ້ອນຮັບທຸກທ່ານເຂົ້າສູ້ blog ແຫ່ງການພິມຜິດຂັ້ນເທບ!
ຈຸດປະສົງຂອງ blog ນີ້ກໍບໍ່ມີຫຍັງຫຼາຍ, ເພື່ອໂຊວ໌ຄວາມສາມາດຂອງມະນຸດທີ່ສາມາດພິມພາສາຕ່າງໆໃຫ້ຜິດແປກແຫວກແນວໄປໄດ້
ໂດຍບາງຄັ້ງ ພິມໄປໄດ້ແນວໃດກໍຍັງບໍ່ເຂົ້າໃຈ.
ຖືວ່າເປັນເລື່ອງທີ່ໜ້າອັດສະຈັນໃຈຫຼາຍໆ!
ກໍຂໍກ່າວເປີດໂຕສັ້ນໆເທົ່ານັ້ນນໍ້.
ສຸດທ້າຍກໍຫວັງວ່າ blog ນີ້ຈະເຮັດໃຫ້ຜູ່ທີ່ເຂົ້າມາອ່ານໄດ້ຮັບບົດຮຽນ ແລະ ສຽງຫົວກັນໄປໃນລະດັບນຶ່ງ.
(ຫົວຫຼາຍໆອາຍຸຈຶ່ງຍືນເດີ້)